ເລື່ອງລາວຂອງ LaoFe
ຈາກ Mountain Café ສູ່ LaoFe Café & Bar
ເມື່ອ 5 ປີກ່ອນ, ຮ້ານຂອງພວກເຮົາໄດ້ເລີ່ມຕົ້ນພາຍໃຕ້ຊື່ "Mountain Café" ທີ່ຈຸດຊົມວິວພູເກົ້າຫຼັກ ເສັ້ນທາງລະຫວ່າງກາສີ-ຫຼວງພະບາງ. ຈາກວິສາຫະກິດຂະໜາດນ້ອຍ, ດ້ວຍວິໄສທັດ ແລະ ຄວາມມຸ່ງໝັ້ນ, ພວກເຮົາໄດ້ຜັນຂະຫຍຍກາຍເປັນທຸລະກິດຂະໜາດໃຫຍ່ພາຍໃຕ້ກຸ່ມບໍລິສັດລາວໃຕ້ ການຄ້າ ແລະ ການລົງທຶນ.
ປັດຈຸບັນ, LaoFe Café ບໍ່ພຽງແຕ່ເປັນຮ້ານກາເຟ, ແຕ່ເປັນແບຣນທີ່ພ້ອມຈະຂະຫຍຍສາຂາໃນຮູບແບບແຟຣນໄຊສ໌, ນຳເອົາລົດຊາດທີ່ເປັນເອກະລັກ ແລະ ປະສົບການທີ່ດີເລີດໄປສູ່ທຸກຄົນ.
ວິໄສທັດຂອງພວກເຮົາ
ໄລຍະທີ 1: ຂະຫຍາຍສາຂາ
ເປີດສາຂາໃນແຫຼ່ງທ່ອງທ່ຽວສຳຄັນທັງພາຍໃນ ແລະ ຕ່າງປະເທດ.
ໄລຍະທີ 2: ເປີດຮັບນັກລົງທຶນ
ເປີດຂາຍຫຸ້ນໃຫ້ແກ່ນັກລົງທຶນທີ່ສົນໃຈບໍ່ເກີນ 30%.
ໄລຍະທີ 3: ຂະຫຍາຍສູ່ສາກົນ
ຂະຫຍາຍແຟຣນໄຊສ໌ໄປສູ່ປະເທດເພື່ອນບ້ານ: ໄທ, ຫວຽດນາມ, ແລະ ຈີນ.
ແຜນການຂະຫຍາຍສາຂາ
ໄລຍະທີ 01: ສົກປີ 2025 - 2027 (5 ສາຂາໃນປະເທດ)
- ສາຂາທີ 01: ພູເກົ້າຫຼັກ, ເມືອງກາສີ, ແຂວງວຽງຈັນ
- ສາຂາທີ 02: ຖະໜົນສີຫອມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
- ສາຂາທີ 03: ໂຮງແຮມຮຸ່ງນະຄອນ, ເມືອງວັງວຽງ, ແຂວງວຽງຈັນ
- ສາຂາທີ 04: ເມືອງຫຼວງພະບາງ, ແຂວງຫຼວງພະບາງ
- ສາຂາທີ 05: ບໍ່ເຕັນ, ເມືອງຫຼວງນ້ຳທາ, ແຂວງຫຼວງນ້ຳທາ
ໄລຍະທີ 02: ສົກປີ 2027 - 2029 (ຂະຫຍາຍສູ່ຕ່າງປະເທດ)
- ໄທ: ພັດທະຍາ, ພູເກັດ, ເກາະສະເມັດ
- ຫວຽດນາມ: ໄຊງ່ອນ (ໂຮ່ຈີມິນ), ຟູກວກ
- ຈີນ: ຊົງຊິງ, ຊຽງໄຮ້, ຄຸນໝິງ, ເຊິນຕູ່
ແຜນການຈັດຕັ້ງປະຕິບັດ
01
ລົງທຶນ 100%
3 ສາຂາທຳອິດ...
02
ເປີດຮັບຫຸ້ນສ່ວນ
ເປີດໂອກາດ...
03
ຂາຍແຟຣນໄຊສ໌
ເປີດໂອກາດ...